ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາ​ເລ​ເຊຍ ມີ​ຍອດ​ຜູ້​ຕິດເຊື້ອ​ໄຂ້​ເລືອດ​ອອກ ເພີ່ມ​ຂຶ້ນ 65% ໃນ​ຕົ້ນ​ປີ​ນີ້

     ຕາມ​ຂ່າວ​ຈາກ ກົວ​ລາ​ລຳ​ເປີ ລາຍ​ງານ​ໃຫ້​ຮູ້​ວ່າ: ວັນ​ທີ 8 ກຸມພາ 2024 ນີ້, ກະຊວງ​ສາທາລະນະ​ສຸກ​ຂອງ​ມາ​ເລ​ເຊຍ ໄດ້​ລາຍ​ງານ​ວ່າໄດ້​
ກວດ​ພົບ​ຜູ້​ຕິດເຊື້ອ​ພະຍາດ​ໄຂ້ເລືອດອອກ​ສະ​ສົມ​ໃນ​ປະເທດຢ່າງ​ໜ້ອຍ 18.247 ຄົນ ໄລຍະ 5 ອາທິດ ຂອງ​ປີ 2024 ເພີ່ມ​ຂຶ້ນ 65,6% ເມື່ອ
​ທຽບໃສ່ ໄລຍະ​ດຽວ​ກັນ​ກັບ​ປີ​ທີ່​ຜ່ານ​ມາ ທີ່​ມີ​ຜູ້​ຕິດເຊື້ອ​ພຽງ 11.127 ຄົນ.

     ນັບ​ແຕ່​ຕົ້ນ​ປີ​ນີ້, ຍອດ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ດັ່ງກ່າວ​ມີ 9 ຄົນ. ສ່ວນ​ປີ​ທີ່​ຜ່ານ​ມາ, ມີ​ຜູ້​ເສຍ​ຊີວິດ 6 ຄົນ. ອົງການ​ອະນາໄມ​ໂລກ ລາຍ​
ງານ​ວ່າ: ນັບ​ຕັ້ງແຕ່​ຕົ້ນ ປີ 2023 ມີ​ຜູ້​ຕິດເຊື້ອ​ພະຍາດ​ໄຂ້ເລືອດອອກ​ໃນ​ທົ່ວ​ໂລກ​ຫລາຍ​ກວ່າ 5 ລ້ານ​ຄົນ ແລະ ເສຍ​ຊີວິດ ຫຼາຍ​ກວ່າ 5.000 ຄົນ,
ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ພາກ​ພື້ນ ອາເມຣິກາ, ອາຊີ​ຕາເວັນ​ອອກ​ ສ່ຽງ​ໃຕ້ ແລະ ປາ​ຊີ​ຟິກ​ຕາເວັນຕົກ.

     ປັດຈຸບັນ ປະຊາກອນ​ໂລກ ເກືອບ​ທຸກ​ພາກ​ພື້ນ ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດເຊື້ອພະຍາດໄຂ້ເລືອດອອກ ໂດຍ​ສະເພາະຜູ້​ທີ່ອາໄສຢູ່ ໃນ​ປະເທດ
ທີ່​ມີ​ອາກາດ​ຮ້ອນ​ຊຸ່ມ ຫຼື ເຄິ່ງ​ຮ້ອນຊຸ່ມແຕ່​ຢ່າງໃດ​ກໍ່​ຕາມ ໄຂ້ເລືອດອອກ ຍັງ​ຄົງ​ປິ່ນປົວ​ໄດ້ຕາມ​ອາການ ແລະ ໃຊ້​ເວລາປະມານ 1-2 ອາທິດໃນ
ການປິ່ນປົວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/02/2024